ພາລະບົດບາດ-ໜ້າທີ່

 ພາກວິຊາ ລະບົບໄຟຟ້າລົດໄຟມີໜ້າທີ່ ດັ່ງນີ້:

  1. ຈັດຕັ້ງປະຕິບັດແຜນການເຄື່ອນໄຫວຂອງວິທະຍາໄລ;
  2. ສ້າງແຜນການເຄື່ອນໄຫວ ປະຈໍາອາທິດ, ປະຈຳເດືອນ, ປະຈຳພາກຮຽນ, ສົກຮຽນ ແລະ ລາຍງານໃຫ້ວິທະຍາໄລຮັບຊາບແຕ່ລະໄລຍະ;
  3. ກຳນົດໂຄງຮ່າງການຈັດຕັ້ງ ແລະ ສັບຊ້ອນ ແລະ ມອບໝາຍວຽກ ໃຫ້ກັບຄູ-ພະນັກງານ ໃນຄວາມຮັບຜິດຊອບຂອບຕົນ;
  4. ດໍາເນີນການຮຽນ-ການສອນພາກທິດສະດີ ແລະ ພາກປະຕິບັດຕົວຈິງ ຂອງສາຂາວິຊາ ລະບົບໄຟຟ້າລົດໄຟ ແລະ ສາຂາອື່ນໆທີ່ຂຶ້ນກັບໃຫ້ສໍາເລັດຕາມໂຄງການຫຼັກສູດ;
  5.  ວັດ-ປະເມີນຜົນ ການຮຽນ-ການສອນ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;
  6.  ສ້າງ ແລະ ພັດທະນາສື່ການຮຽນ-ການສອນ;
  7.  ຄຸ້ມຄອງ, ສຶກສາອົບຮົມ ຄູສອນ ແລະ ນັກຮຽນ-ນັກສຶກສາ ຂອງຕົນ;
  8. ຄຸ້ມຄອງຫ້ອງຮຽນ, ຫ້ອງຝຶກງານ, ຫ້ອງທົດລອງ ແລະ ອຸປະກອນເຄື່ອງມື, ເຄື່ອງຈັກ ແລະ ເຄື່ອງທົດລອງ ແລະ ສື່ການຮຽນ-ການສອນ;
  9. ຄົ້ນຄວ້ານະວັດຕະກຳ ຫຼື ສິ່ງປະດິດ ແລະ ໃຫ້ການບໍລິການທາງດ້ານວິຊາການແກ່ສັງຄົມ;
  10. ປະສານສົມທົບກັບພະແນກ, ພາກວິຊາ ໃນການພົວພັນຮ່ວມມືກັບສະຖານປະກອບການ ທັງພາກລັດ ແລະ ພາກເອກະຊົນທີ່ກ່ຽວຂ້ອງ ເພື່ອຈັດການຮຽນ-ການສອນຮູບແບບຕ່າງໆ;
  11. ສົມທົບກັບພະແນກ, ພາກວິຊາ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການແຂ່ງຂັນທັກສະສີມືແຮງງານ ຂອງນັກສຶກສາ;
  12. ຂຶ້ນແຜນຄວາມຕ້ອງການ ແລະ ຈັດຝຶກອົບຮົມຄູພາຍໃນຄວາມຮັບຜິດຊອບຂອງຕົນ ເພື່ອເສີມສ້າງທັກສະ, ຄວາມຮູ້ຄວາມສາມາດໄປຄຽງຄູ່ຂະໜານກັບການພັດທະນາ;
  13. ສົມທົບກັບພະແນກ/ພາກວິຊາ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການພັດທະນາ, ປັບປຸງຫຼັກສູດໃຫ້ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ;
  14. ຂົ້າຮ່ວມກິດຈະກຳ ແລະ ຂະບວນການຕ່າງໆ ທີ່ວິທະຍາໄລ ແລະ ການຈັດຕັ້ງ ຈັດຂຶ້ນ;
  15. ເປັນເຈົ້າການໃນການອະນາໄມ, ຮັກສາຄວາມສະອາດ ໃນຂອບເຂດທີ່ໄດ້ຮັບມອບໝາຍ;
  16. ຕິດຕາມ, ກວດກາ ແລະ ປະຕິບັດລະບຽບ, ຍ້ອງຍໍ ແລະ ລົງວິໄນ ຄູສອນ, ນັກຮຽນ-ນັກສຶກສາ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;
  17. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຜູ້ອໍານວຍການວິທະຍາໄລ